ດອກໄມ້
ໃນຕອນເຊົ້າທີ່ສົດໃສ່ ກິດຈະວັດປະຈຳວັນຂອງຂ້ອຍແມ່ນໄດ້ມີການລົງມືປູກດອກໄມ້ຕົ້ນໜຶ່ງຊະນິດໜຶ່ງທີ່ອານາຄົດອາດສວຍງາມ ແລະ ເບັງບານສູ່ສາຍຕາມວນຊົນຜູ້ທີ່ໄດ້ມາພົບປະກັບດອກໄມ້ນັ້ນ, ເວລາຜ່ານໄລຍະໜຶ່ງບັງເອີນຍາດພີ່ນ້ອງໃນຄອບຄົວໄດ້ເຂົ້າໃຈຜິດວ່າດອກໄມ້ຕົ້ນດັ່ງແມ່ນກົກຫຍ້າທີ່ຂື້ນມາບຽດບຽນໜ້າເຮືອນ. ໂດຍບໍ່ໄດ້ປຶກສານໍາຄົນໃນຄອບຄົວ ໂດຍສະເພາະແມ່ນຕ້ອງຖາມຂ້ອຍເພາະຂ້ອຍເປັນຄົນປູກມັນຂື້ນມາກັບມື ມີພຽງແຕ່ຖາມເດັກນ້ອຍຂ້າງເຮືອນເດັກນ້ອຍຜູ້ໄຮ້ດຽງສາບໍຮູ້ວ່າເປັນດອກໄມ້ແລ້ວຕອບວ່າໜ້າຈະແມ່ນກົກຫຍ້າ ເຮັດໃຫ້ຊາຍຜູ້ທີ່ຢາກອານາໄມເຮືຶອນຊານແລະຢາກມີໜ້າຕາວ່າຕົນເອງອາດໄດ້ຮັບການຊົມເຊີ່ຍຈາກຄົນໃນຄອບຄົວ ຈິງລົງມືຕັດຕົ້ນໄມ້ດັ່ງກ່າວຖີ້ມໂດຍບໍຄຳນຶ່ງເຖິງເຫດຜົນ ແລະ ຄວາມເປັນຈິງ, ຈາກບັນຫາທີ່ເກິດຂື້ນສົ່ງຜົນກະທົບຫລາຍດ້ານຕໍ່ກັບຕົ້ນໄມ້ ແລະ ຜູ້ປູກບົວລະບັດຮັກສາຕົ້ນໄມ້ດັ່ງກ່າວຕະລອດມາ.
ຜົນກະທົບຕໍ່ຕົ້ນໄມ້: ເປັນການທຳລາຍຊັບພະຍາກອນທຳມະຊາດໂດຍບໍ່ຄຳນຶ່ງຜົນເສຍຫາຍທີ່ຈະຕາມມາພາຍຫລັງເພາະໃນອານາຄົດພາຍໜ້າຕົ້ນດອກໄມ້ດັ່ງກ່າວອາດມີການແຕກດອກອອກຜົນທີ່ສວຍງາມໃຫ້ກຸ່ມຄົນ ແລະສັດສາວາສິ່ງໄດ້ຊື່ນຊົມໄດ້.
ຜົນກະທົບຕໍ່ຜູ້ປູກຫລືຜູ້ປົກປັກຮັກສາ: ມີຜົນກະທົບຕໍ່ຈິດໃຈ, ມີຄວາມໃຈຮ້າຍໃຫ້ຜູ້ຕັດ, ເສຍເວລາໃນການບົວລະບັດຮັກສາຕະຫຼອດໄລຍະທີ່ຜ່ານມາ ແລະ ອີກຫຼາຍດ້ານ.
ແລ້ວທຸກທ່ານ ມີຄວາມຄິດເຫັນກັບເລື່ອງນີ້ສາມາດສະແດງຄວາມຄິດເຫັນໄດ້ເລີ່ຍ.

ความคิดเห็น
แสดงความคิดเห็น