ນິທານນາງໄໝຄຳ
ແຕ່ກີ້ແຕ່ກ່ອນມີຜູ້ສາວຄົນໜຶ່ງມີຄວາມດຸໝັ່ນທີ່ສຸດ ແຕ່ລາວເປັນຄົນມັກອາຍ ບໍກ້າອອກໄປນອກເຮືອນພໍເຖິງຍາມບຸນ ແມ່ຂອງລາວຈິງພາລາວອອກມາທາງນອກ ເມື່ອທຸກຄົນພົບເຫັນກໍຫຼຽວເບີ່ງນາງຈົນຕາຄ້າງ ນາງມີເຄື່ອງນຸ່ງທີ່ສວຍງາມຕົນໂຕລາວຂາວປານຍອງຝ້າຍ ຊາວບ້ານໄດ້ຖາມແມ່ລາວວ່າ: ນັ້ນແມ່ນໃຜ່? ຊື່ແນວໃດ? ແມ່ລາວຕອບວ່າ: ລາວຊື່ນາງໄໝຄຳ ເປັນລູກສາວຂອງລາວທີ່ເກີດໃນຝັນຫຼອກໄໝມ້ອນ ຜູ້ໃດກໍຍ້ອງວ່າລາວງາມ ລາວດຸໝັ່ນ ເສື້ອຜ້າທີ່ລາວນຸ່ງມາງາມຫຼາຍ.
ຂຽນໂດຍ: ອາຈານໂພໄຊ ຈັນທະວົງສາ
ความคิดเห็น
แสดงความคิดเห็น