ທ່ານຮູ້ຈັກຊົນເຜົ່າດອຍ ແລ້ວບໍ່
ຊົນເຜົ່າດອຍເປັນຊົນເຜົ່າກຸ່ມນ້ອຍ ທີ່ມີຖິ່ນຖານອາໃສ່ຢູ່ເລບຕາມແຄມແມ່ນນໍ້າຂອງມາແຕ່ດົນນານແລ້ວ ແຕ່ປະຊາຊົນລາວສ່ວນຫຼາຍບໍ່ຄ່ອຍຮູ້ຈັກກັນເທົ່າທີ່ຄວນມື້ນີ້ຂ້າພະເຈົ້າຈິງຂຽນບົດຄວາມຫມາຍອະທິບາຍແບບຫຍໍ້ໃຫ້ທຸກທ່ານເຂົ້າໃຈໄປນໍາກັນ.
ຊົນເຜົ່າດອຍເປັນຊົນເຜົ່າທີ່ຈັດຢູ່ໃນຊົນເຜົ່າໃຫຍ່ຄືຊົນເຜົ່າລາວເທິງ, ມີສັບພາສາເວົ້າເປັນຂອງຕົນເອງທີ່ສາມາດເວົ້າສອດທຸກພາສາລາວມີພາສາຄ້າຍຄືຊົນເຜົ່າສາມຕ້າວ, ຊົນເຜົ່າດອຍມີປະຫວັດຄວາມເປັນມາອັນຍາວນານມີຕົ້ນຖິ່ນກຳເນິດມາຈາກປະເທດມ້ຽນມາ ບ້ານຖິ່ນຖານມາມາຄັ້ງຢູ່ບ້ານມ່ວງ(ປະຈຸບັນເປັນທີ່ຕັ້ງເຂດປຸ່ມບ້ານທາດ) ຫຼັງຈາກທີ່ອາໄສຢູ່ບ້ານມ່ວງເປັນໄລ່ຍະເວລາໜຶ່ງເກິດມີເຫດການປະຊາຊົນໃນໝູ່ບ້ານເກິດມີການເຈັບເປັນລົ້ມຕາຍເປັນຈຳນວນຫຼາຍ ຈິງເຮັດໃຫ້ຊາວບ້ານເກີດມີແນວຄິດຍົກບ້ານບ້ານໂດຍຖືກແລ້ວອອກເປັນສີ່ບ້ານຄື: ບ້ານທີ່ໜຶ່ງບ້ານໄປຕັ່ງຖິ່ນຖານຢູ່ເຂດແຮມແມ່ນໍ້າຂອງໃສ່ຊື່ວ່າບ້ານມ່ວງຄືເກົ່າ, ບ້ານທີ່ສອງ ຍ້າຍໄປຕັ້ງບ້ານຢູ່ເຂດສຸກສາຂາເຊີ່ງເປັນທີ່ຕັ້ງສຸກສາບ້ານທາດ ເມືອງລອງ ແຂວງຫຼວງນໍ້າທາປະຈຸບັນ, ບ້ານທີ່ສາມຍ້າຍໄປຕັ້ງຖິ່ນຖານໂດຍໃສ່ຊື່ວ່າບ້ານສິລີມູນຢູ່ບ້ານສີລິມູນປະຈຸບັນ. ຫຼັງຈາກທີ່ການແຕກແຍກຈາກບ້ານດຽວມາເປັນສາມບ້ານມາເປັນໄລຍະເວລາໜຶ່ງຫຼັງຈາກທີ່ປະເທດຊາດໄດ້ຮັບການປົດປ່ອຍພັກລັດໄດ້ເຕົ້າໂຮມຊົນເຜົ່າດອຍກັບມາເປັນບ້ານດຽວກັນອີກໂດຍເອົາມາເຕົ້າໂຮມເປັນບ້ານດຽວທີ່ບ້ານສີລິມູນ ເມືອງລອງ ແຂວງຫຼວງນໍ້າທາ ປະຈຸບັນນັ້ນເອງ. ຊົນເຜົ່າດອນປະຈຸບັນຖືອາຊີບການກະສິກຳເປັນຫຼັກ, ຖືສາດສະໜາພຸດ , ລະດັບການສຶກສາຂອງປະຊາຊົນໃນໝູ່ບ້ານສ່ວນຫຼາຍແມ່ນຈົບພຽງລະດັບປະຖົມ ອັນເປັນສາເຫດທີ່ເຮັດໃຫ້ປະຊາຊົນໃນໝູ່ບ້ານຖຶກປູກຝັງກັນດ້ານແນວຄິດຄືລູກຫລານຕ້ອງຍຶດຖືອາຊີບກະສິກຳໂດຍບໍມີແນວຄິດຈະສົ່ງເສີ່ມໃຫ້ລູກຫລານມີແນວຄິດໄດ້ຮັບການສຶກສາ ແລະ ຄ້າຂາຍ.
ທີ່ກ່າວມາຂ້າງເທິງນັ້ນເປັນບົດຄວາມໂດຍຫຍໍ້ຈາກເລື່ອງລາວຊິວິດແລະດຳລົງຊີວິດ,ວິວັດທະນາການການກຳເນິດຊົນເຜົ່າດອຍຕັ້ງແຕ່ສະໄໜກ່ອນຈົນຮອດປະຈຸບັນ ແລ້ວທຸກຄົນເດມີທັດສະນະຄະຕິແບບໃດຕໍ່ກັບຊົນເຜົ່າດອຍ

ความคิดเห็น
แสดงความคิดเห็น