ພີ່ນ້ອງຊາວມົ້ງ

ພີ່ນ້ອງ ຊາວມົ້ງ

ຄິກທີ່ນີ້ເພື່ອເບິ່ງວິດີໂອຊຸດພີ່ນ້ອງຊາວມົ້ງ

ພີ່ນ້ອງຊາວມົ້ງແມ່ນກຸ່ມຄົນໃນສະໃໝບູຮານ ພວກເພີ່ນອາໄສຢູ່ພາກເໜືອຂອງປະເທດລາວ, ຫວຽດນາມ ແລະ ປະເທດໄທ, ຢູ່ພາກໃຕ້ຂອງປະເທດຈີນ ແລະ ພາກຕາເວັນອອກຂອງປະເທດມ້ຽນມ້າ. ຕາມດັ້ງເດີມແລ້ວ ພີ່ນ້ອງຊາວມົ້ງອາໄສຢູ່ບ້ານເຂດພູສູງ. ມີພີ່ນ້ອງຊາວມົ້ງຈໍານວນຫຼາຍຄົນໃນປະເທດລາວເທົ່າກັບ 5 ເປີເຊັນຂອງປະຊາກອນ.

ພີ່ນ້ອງຊາວມົ້ງມີວັດທະນະທຳ ທີ່ສະຫລັບຊັບຊ້ອນ ແລະ ອຸດົມສົມບູນເຊິ່ງສະແດງໃຫ້ເຫັນໃນນິທານ, ເລື່ອງເລົ່າ, ຄຳສຸພາສິດ, ບົດາເພງ ແລະ ບົດກະວີຕ່າງຕ່າງຂອງພວກເພີ່ນ. ຄືກັບຜູ້ຄົນໃນສະໄໝບູຮານອື່ນໆ ທົ່ວໂລກ ພີ່ນ້ອງຊາວມົ້ງກໍມີປະເພນີປາກເວົ້າຫລາຍຮ້ອຍປີແລ້ວດ້ວຍປາກຕໍ່ປາກຫລາຍກວ່າຂຽນ.

ບຸນສະຫຼອງທີ່ໜ້າສົນໃຈຄືບຸນກິນຈຽງ ຊຶ່ງໄດ້ສະເຫຼີມສະຫຼອງໃນເດືອນທັນວາ. ໂດຍອີງຕາມປະຕິທິນຕາມເດືອນ. ເຊິ່ງແມ່ນບຸນປີໃໝ່ຂອງຊາວມົ້ງ. ໃນລະຫວ່າງການສະເຫຼີມສະຫຼອງ ພີ່ນ້ອງຊາວມົ້ງ ເລົ່າເລື່ອງ, ຮ້ອງເພງ,ຫລີ້ນດົນຕີ ແລະ ມີງົວຊົນກັນ ຫຼື ມີການແຂ່ງຂັນມ້າ. ນອກນີ້ຍັງມີການກິນລ້ຽງ ແລະ ອາຫານທາງດ້ານປະເພນີ, ພີ່ນ້ອງມົ້ງເຊື້ອເຊີນຄອບຄົວ ແລະ ຍາດຕິພີ່ນ້ອງ, ເພື່ອນມິດສະຫາຍທາງການລ້ຽງ ເພື່ອນ້ຳສິ່ງຄຸ້ມຄອງ ແລະ ຄວາມໂຊກດີມາສູ່ເຮືອນຊານຂອງເຂົາເຈົ້າ.

ມີຫຼາຍເລື່ອງເລົ່າລື, ນິທານ ແລະ ປະເພນີອື່ນໆຂອງພີ່ນ້ອງຊາວມົ້ງທີ່ເຮັດໃຫ້ຊາວມົ້ງເປັນໜຶ່ງໃນກຸ່ມຊົນເຜົ່າທີ່ໜ້າສົນໃຈທີ່ສຸດໃນປະເທດລາວ

ความคิดเห็น

โพสต์ยอดนิยมจากบล็อกนี้

ເສື້ອໂປໂລທີມຊາດລາວ

ເກີບແມນຊິຕີ້ ໃຫມ່ລ່າສຸດ